ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກສູນເຕັກນິກລະຫັດກົດລັບ ດຳ​ເນີນ​ກອງ​ປະຊຸມ​ໃຫ່ຍຄັ້ງ ທີ VI
ກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກສູນເຕັກນິກລະຫັດກົດລັບກົມໃຫຍ່ເສນາທິການກອງທັບ

     ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກສູນເຕັກນິກ ລະຫັດກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນ ວັນທີ 15 ມີນາ
2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກຳມະການ ຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານສະມາຊິກພັກເຂົ້າຮ່ວມ.

      ສະຫາຍ ພັນໂທ ສະຫວາດ ແສງອຳນວຍ ຮອງເລຂາໜ່ວຍພັກ ສູນເຕັກນິກລະຫັດກົດລັບ ໄດ້ຜ່ານບົດລາຍງານການເມືອງ ທັງສອງ
ພາກໃນໄລຍະ 5 ປີ ຜ່ານມາ, ຄະນະໜ່ວຍພັກ ໄດ້ເປັນເຈົ້າການເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກ
ພັກ-ນັກຮົບ ເປັນບັນຫາສຳຄັນເຮັດໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ມີຄວາມຈົງຮັກພັກດີ, ເຊື່ອໝັ້ນຕໍ່
ການນຳພາຂອງພັກ, ເຊື່ອມຊຶມ ແນວທາງແຜນນະໂຍບາຍຂອງ ພັກ-ກົດໝາຍລັດ, ມີຄວາມສາມັກຄີພາຍໃນ-ພາຍນອກ, ປະຕິບັດຕາມຫຼັກ
ການ ລວມສູນ ປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ບຸກຄົນ, ປະຕິບັດຕາມມະຕິ, ແຜນການ, ມີການ ສະ
ຫຼຸບປະເມີນຜົນປະຈຳເດືອນ ປະຈຳໄຕມາດ ປະຈຳ 6 ເດືອນ ​ແລະ ປະຈຳ​ປີ ຢ່າງເປັນປົກກະຕິ, ໄດ້ຊີ້ນຳສ້າງແຜນກໍ່ສ້າງ ພະນັກງານບັນຊາ,
ພະນັກງານ ວິຊາການທັງ 3 ຮຸ່ນ ເພື່ອສືບທອດປ່ຽນແທນໃນແຕ່ລະໄລຍະທັງໄລຍະສັ້ນ ແລະ ໄລຍະຍາວທັງ ພາຍໃນ ແລະ ຕ່າງປະເທດ ມີ
26 ສະຫາຍ, ພາຍໃນປະເທດມີ 11 ສະຫາຍ, ຕ່າງປະເທດ ມີ 15 ສະຫາຍ, ເຂົ້າພັກສຳຮອງມີ 12 ສະຫາຍ, ຍິງ 5 ສະຫາຍ, ສະເໜີຂັ້ນເທິງ
ອະນຸມັດເລື່ອນສະມາຊິກພັກ ສະໄໝ ສຳຮອງຂຶ້ນສົມບູນ 8 ສະຫາຍ, ຍິງ 3 ສະຫາຍ, ມະຫາຊົນຮຽນສະໜັບສະໜູນ 10 ສະຫາຍ, ຮຽນກົດ
ລະບຽບພັກ 12 ສະຫາຍ, ມີສະມາຊິກພັກແຂງ 46 ສະຫາຍ ເທົ່າກັບ 100% ໄດ້ຮັບນາມະຍົດເປັນໜ່ວຍພັກ ປອດ ໃສ ເຂັ້ມແຂງ ໜັກ
ແໜ້ນ 4 ສະໄໝ.

      ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຄັດເລືອກເອົາ ສະຫາຍ ພັນໂທ ສີປະເສີດ ໄຊຍະແສງ ເປັນເລຂາ, ສະ
ຫາຍ ພັນໂທ ໄຮເທັກ ບຸນທຽມ ເປັນຮອງເລຂາ ແລະ ສະຫາຍ ພັນໂທ ສະຫວາດ ແສງ ອຳນວຍ ເປັນກຳມະການກວດກາ-ປ້ອງກັນໜ່ວຍພັກ
ສູນເຕັກນິກລະຫັດກົດລັບ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 18/03/2024